Thursday, March 6, 2008

ເກີດເຫດໄຟໄຫມ້ທີ່ບ້ານພະໄຊ ຕາຍ 2


ຕາມການລາຍງານຂອງເຈົ້າຫນ້າທີ່ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນເວລາປະມານ 24 ໂມງ ຂອງວັນທີ 5ມີນານີ້ ໄດ້ເກີດໄຟໄຫມ້ເຮືອນປະຊາຊົນຢູ່ຫນ່ວຍ 2 ບ້ານພະໄຊ ເມືອງສີ ສັດຕະນາກນະຄອນຫລວງວຽງຈັນ,ຕາມການກວດກາຄວາມເສຍຫາຍເບື້ອງຕົ້ນເຫັນວ່າເຮືອນ ຂອງປະຊາຊົນເຂດ ດັ່ງກ່າວຖືກໄຟໄຫມ້ເສຍຫາຍ 7 ຫລັງ ແລະມີເດັກນ້ອຍເສຍຊີວິດ 2ຄົນ ຄື: ທ້າວອຶ່ງ ອາຍຸ 6 ປີ ແລະທ້າວອ້າຍ ອາຍຸ 3 ປີ ທັງສອງເປັນລູກຂອງທ້າວໄຊຍິ້ມ ແລະ ນາງ ທິງ, ນາງ ທິງຜູ້ຢູ່ໃນເຫດການເລົ່າຕໍ່ນັກຂ່າວວ່າ: ເວລາເກີດເຫດຕົນ ແລະ ລູກນອນຢູ່ ໃນເຮືອນສ່ວນຜົວຂອງຕົນ ແມ່ນໄປປະຈຳການເມື່ອຮູ້ວ່າ ເກີດໄພໄຫມ້ຕົນໄດ້ພະຍາຍາມ ນຳ ເອົາລູກທີ່ນອນຢູ່ອອກຈາກສະຖານທີ່ເກີດເຫດ ແຕ່ສາມາດນຳອອກໄປໄດ້ພຽງ 4 ຄົນ, ສ່ວນ 2 ຄົນ ແມ່ນບໍ່ສາມາດນຳອອກມາທັນຈຶ່ງ ເຮັດໃຫ້ເດັກນ້ອຍທັງສອງຄົນນັ້ນເສຍຊີວິດ ໃນເຫດ ການດັ່ງກ່າວ.

ຄວາມເສຍຫາຍທີ່ເກີດຈາກອັກຄີໄຟໃນຄັ້ງນີ້ ຍັງບໍ່ທັນປະເມີນຄ່າ ໄດ້ສ່ວນສາຍເຫດແມ່ນ ຍັງລໍຖ້າການ ສືບສວນ-ສອບສວນຂອງເຈົ້າຫນ້າທີ່.
ພາຍຫລັງເກີດເຫດການຮ້າຍດັ່ງກ່າວ, ຫລາຍໆ ຄົນທີ່ໄດ້ເຫັນ ແລະ ໄດ້ຍີນເຫດການດັ່ງ ກ່າວຕ່າງກໍ່ຢິບຢື່ນວັດຖຸປັດໃຈເພື່ອຊົດຊ່ວຍຄອບຄົວ ຜູ້ໄດ້ຮັບເຄາະຮ້າຍໂດຍສະເພາະ ຄອບ ຄົວຂອງທ່ານ ຮ້ອຍເອກ ໄຊຍິ້ມ ເຈົ້າຫນ້າທີ່ ປກສ ເມືອງສີສັດ ຕະນາກທີ່ຖືວ່າໄດ້ຮັບເຄາະ ຮ້າຍຫລາຍ ເພາະເຮືອນທີ່ເປັນທີ່ຢູ່ອາໄສປະຈຳຂອງຄອບຄົວກໍ່ຖືກໄຟໄຫມ້ ແລະຍັງເສຍລູກ ຊາຍອີກສອງຄົນ.

ສຳລັບຜູ້ທີ່ຕ້ອງການຊ່ວຍເຫລືອຄອບຄົວຜູ້ໄດ້ຮັບເຄາະຮ້າຍໃນຄັ້ງນີ້ສາມາດ ຕິດຕໍ່ຜ່ານກອງບັນຊາການ ປກສ ເມືອງສີສັດຕະນາກເບີໂທ: (21) 212711, ຫລື (21) 2 12333 ຫລື ຊ່ວຍຄອບຄົວພວກກ່ຽວໂດຍກົງທີ່ບ້ານພະໄຊ ຫນ່ວຍ 2 ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນກໍ່ໄດ້.

No comments: