Saturday, March 1, 2008

ສາຍການບິນວຽງຈັນ-ກົວລາລຳເປີ ເປີດຕົວເປັນທາງການ


ໃນວັນທີ 21 ກຸມພາ 2008 ທາງກອງເລຂາອາຊຽນ ໄດ້ຈັດພິທີເປີດຕົວສາຍການບິນກົວ ລາລຳເປີວຽງຈັນຢ່າງເປັນທາງການທີ່ໂຮງແຮມແມ່ຂອງເດັກຄ໌ (Mekong Deck) ໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ, ທ່ານ ດຣ. ສຸລິນ ພິດສຸວັນ, ຫົວຫນ້າກອງເລຂາອາຊຽນ ແລະ ຕາງຫນ້າຂອງ ສາຍການບິນແອເອເຊຍ ແລະ ພາກສ່ວນທີ່່ກ່ຽວຂ້ອງເຂົ້າຮ່ວມພິທີ.
ແອເອເຊຍ ໄດ້ຮັບໃຊ້ມວນຊົນ ໃນທົ່ວທະວີບຫລາຍກວ່າ 46 ລ້ານຄົນ ນັບແຕ່ປີ 2001 ແລະໄດ້ຕັ້ງເປົ້າຫມາຍທີ່ຈະໃຫ້ການບໍລິການແກ່ຜູ້ໂດຍສານຫລາຍກວ່າ 23 ລ້ານໃນປີ 2008 ນີ້. ສາຍການບິນທີ່ຍິ່ງໃຫຍ່ ແລະ ເປັນຫນຶ່ງໃນສາຍການບິນຊັ້ນນຳຂອງສາຍການບິນ ລາຄາ ຍ່ອມເຍົາໃນອາຊີ.
ຕາມຕົວເລກຜູ້ໂດຍສານຢູ່ລາວ ທີ່ໄດ້ໃຊ້ບໍລິການສາຍການບິນແອເອເຊຍ ຕັ້ງແຕ່ວັນທີ 1 ທັນວາ ປີ 2007 ມານັ້ນ ໄດ້ມີຜູ້ໂດຍສານມາໃຊ້ບໍລິການຫລາຍເຖິງ 4.000 ກວ່າຄົນ ແລະ ຖືວ່າບັນລຸໄດ້ຕາມຄາດຫມາຍ ແລະ ຄາດວ່າຈະມີທ່າອຽງເພີ່ມຂຶ້ນຢ່າງແນ່ນອນ.
ທ່ານ ດຣ. ສຸລິນ ພິດສຸວັນ ໄດ້ກ່າວວ່າ: "ເສັ້ນທາງການເດີນທາງນີ້ ແມ່ນການຂະຫຍາຍ ຕົວຂອງການເຊື່ອມຕໍ່ ລະຫວ່າງປະເທດໃນອາຊຽນ ແລະ ໃຫ້ມວນຊົນສາມາດເດີນທາງທ່ອງ ທ່ຽວ ເພື່ອເກັບປະສົມການຕ່າງໆໃນທົ່ວທະວີບດ້ວຍຄວາມສະດວກສະບາຍ ແລະ ຂໍໃຫ້ການ ເປີດຕົວ ເປັນທາງການຂອງສາຍການບິນແອເອເຊຍ-ວຽງຈັນ ກົວລາລຳເປີ ນີ້ ບັນລຸໄດ້ຕາມ ຄາດຫມາຍທີ່ຕັ້ງໄວ້"

No comments: