Wednesday, March 5, 2008

ລາວເຂົ້າຮ່ວມການສ້າງເສັ້ນທາງລົດໄຟສາຍຜ່ານອາຊີ


ປະຈຸບັນ ສປປ ລາວ ກຳລັງກຽມຈະສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ບັນດາປະເທດໃກ້ຄຽງ ຕາມນະໂຍບາຍຂອງພັກ ແລະ ລັດຖະບານທີ່ວ່າຈະເອົາປະເທດລາວເປັນທາງຜ່ານທະວີບອາ ຊີໃນອະນາຄົດ. ມີຄວາມເປັນໄປໄດ້ທີ່ຈະສ້າງເສັ້ນທາງລົດໄຟ 6 ເສັ້ນດ້ວຍກັນ ແຕ່ລາວເຮົາ ໄດ້ເລືອກເອົາ 2 ເສັ້ນຄື: ເສັ້ນທາງຫມາຍເລກ 1 ທີ່ຈະອອກສູ່ປະເທດຫວຽດນາມ ແລະເສັ້ນ ທາງຫມາຍເລກ 4 ໄປຍັງ ສປ ຈີນ. ປະຈຸບັນກຳລັງດຳເນີນການສຳຫລວດຢູ່, ຄາດຄະເນວ່າ ຈະສຳເລັດໃນປີນີ້.

ທ່ານ ສອນສັກ ນ.ຍານຊະນະ, ຮອງຜູ້ອຳນວຍການໃຫຍ່ ອົງການທາງລົດໄຟໄດ້ໃຫ້ສຳ ພາດຕໍ່ນັກຂ່າວ ພວກເຮົາວ່າ: ຖ້າສປປ ລາວ ບໍ່ມີເສັ້ນທາງລົດໄຟແມ່ນຍາກທີ່ຈະໄດ້ເປັນເສັ້ນ ທາງເຊື່ອມຕໍ່ຂອງອາຊີ ດັ່ງນັ້ນ ລາວເຮົາຈິ່ງໄດ້ເລືອກເອົາເສັ້ນທາງຫມາຍເລກ 1 ຄື: ນັບຕັ້ງ ແຕ່ວຽງຈັນ-ທ່າແຂກ-ມູຢາຫາທັນອັບປະເທດຫວຽດນາມ ມີໄລຍະທາງຍາວ 519 ກິໂລແມັດ. ທາງເສັ້ນນີ້ ລັດຖະບານ ໄດ້ຕົກລົງຈະມອບບູລິມະສິດໃຫ້ ສສ ຫວຽດນາມ ເປັນຜູ້ສຳຫລວດ ອອກແບບ, ຕາມການລາຍງານໃນການສຳຫລວດເສັ້ນທາງດັ່ງກ່າວ ໃນເບື້ອງຕົ້ນນີ້ທາງ ສສ ຫວຽດນາມ ໄດ້ໃຫ້ເງິນຊ່ວຍເຫລືອ ຈຳນວນ 300 ລ້ານດົງ ຫລື 20.000 ໂດລາສະຫະລັດ ກຳນົດໄລຍະເວລາສຳຫລວດ 8ເດືອນ ຄາດວ່າຈະໃຫ້ສຳເລັດໃນປີນີ້. ສ່ວນທຶນໃນການກໍ່ສ້າງ ນັ້ນທ່ານບອກວ່າຈະເຮັດວິທີອື່ນຄື: ຫັນຊັບສິນມາເປັນທຶນ. ສຳລັບເສັ້ນທາງທີ 2 (ຫມາຍເລກ 4) ແມ່ນເລີ່ມຈາກວຽງຈັນ-ຫລວງພະບາງ-ບໍ່ເຕັນ ຫາຊາຍແດນລາວ-ຈີນ ຕອນໃຕ້, ມີຄວາມ ຍາວທັງຫມົດ 530 ກິໂລແມັດ. ຕາມການປະເມີນລາຄາກໍ່ສ້າງເບື້ອງຕົ້ນຝ່າຍຈີນໃນປີ 1997 ແມ່ນ 1ຕື້ 700 ລ້ານໂດລາສະຫະລັດ ສ່ວນທຶນທີ່ຈະມາກໍ່ສ້າງ ໃນປະຈຸບັນແມ່ນບໍ່ແນ່ນອນ ເທື່ອ ແຕ່ລັດຖະບານມີທິດທາງວ່າຈະຊອກແຫລ່ງທຶນດ້ວຍ 3ຮູບແບບຄື: 1. ຫັນຊັບສິນເປັນ ທຶນ,2. ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕ່ຳ,3. ຂໍທຶນຊ່ວຍເຫລືອລ້າຈາກປະເທດຕ່າງໆ. ທ່ານ ສອນສັກກ່າວວ່າ: ເສັ້ນທາງຫມາຍເລກ 4ນີ້ ເປັນເສັ້ນທາງຍຸດທະສາດທາງດ້ານເສດຖະກິດ-ການເມືອງ, ຕັ້ງຢູ່ຈຸດຍຸດທະສາດ ຂອງຂົງເຂດເສດຖະກິດທາງພາກເຫນືອ ຖ້າຫາກສຳເລັດ ການກໍ່ສ້າງແລ້ວ ແນ່ນອນຈະນຳຜົນປະໂຫຍດຫລາຍມາສູ່ປະເທດຊາດ ແລະປະຊາຊົນລາວ. ເສັ້ນທາງຫມາຍເລກ 4 ທີ່ວ່າມານີ້ແມ່ນທາງການລາວໄດ້ມອບບູລິມະສິດ ໃນການສຳຫລວດ ອອກແບບໃຫ້ຝ່າຍຈີນ.

ທ່ານ ສອນສັກ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກທີ່ລາວເຮົາຈະເລ່ງສ້າງເສັ້ນທາງ ເຊື່ອມ ຕໍ່ກັບບັນດາປະເທດໃກ້ຄຽງແລ້ວ ຢູ່ພາຍໃນປະເທດ, ລັດຖະບານກໍ່ວາງແຜນໄວ້ວ່າໃນອະນາ ຄົດລາວຈະໃຫ້ມີເສັ້ນທາງລົດໄຟແຕ່ເຫນືອຮອດໃຕ້, ທຸກມື້ນີ້ຢູ່ເຂດຫລັກ 12ຫລັກ 21 ຈາກ ວຽງຈັນ ອອກສູ່ທ່າແຂກ ແມ່ນທາງອົງການທາງລົດໄຟໄດ້ລົງໄປປັກ ຫລັກຫມາຍຫມົດແລ້ວ, ເປັນທຶນຂອງລັດຖະບານເອງ. ສ່ວນການສຳຫລວດອອກແບບແມ່ນມອບບູລິມະສິດໃຫ້ຈີນເປັນ ຜູ້ຮັບເຫມົາສຳຫລວດອອກແບບໃນຂັ້ນຕໍ່ໄປ,ສຳລັບໂຄງການລົງທຶນແມ່ນຍັງບໍ່ທັນຮູ້ເທື່ອ.ນອກ ນີ້ ຍັງຈະມີການສຳຫລວດຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນ ທາງລົດໄຟແຕ່ວຽງຈັນ-ປາກ ເຊ-ຊາຍແດນກຳປູເຈຍ ແລະຜ່ານວຽງຈັນຫາຊາຍແດນຈີນຕື່ມ.ດ້ານເງິນທຶນໃນການປັກຫລັກ ຫມາຍເບື້ອງຕົ້ນ ແມ່ນອົງການທາງລົດໄຟກຳລັງຂໍທຶນຈາກບໍລິສັດວິສະວະກຳຄົມມະນາຄົມສຳ ຫລວດອອກແບບກຳນົດ ເລີ່ມແຕ່ວຽງຈັນຫາປາກເຊ ຈະໃຊ້ທຶນປະມານ 996 ລ້ານກີບ. ທັງ ຫມົດເຫລົ່ານັ້ນແມ່ນເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງປະເທດ ແລະ ການໄປ-ມາຫາສູ່ຂອງປະຊາຊົນລາວບັນດາເຜົ່າ.

No comments: