Monday, March 3, 2008

ສິນຄ້າບໍລິໂພກນຳເຂົ້າບາງຊະນິດຍັງມີສານເຈືອປົນ


ໃນວັນທີ 29 ກຸມພາ 2008 ຜ່ານມາທ່ານຮອງເຈົ້າເມືອງ ແລະ ຫົວຫນ້າຫ້ອງການອຸດສາ ຫະກຳ-ການຄ້າເມືອງຈັນທະບູລີ ໄດ້ລົງຕິດຕາມກວດກາສະພາບຕະຫລາດ ແລະ ສິນຄ້າ ໃນ ທ້ອງຕະຫລາດທົ່ງຂັນຄຳເມືອງຈັນທະບູລີນະຄອນຫລວງວຽງຈັນພົບວ່າ: ຍັງມີສິນຄ້າບໍລິໂພກ ບາງຊະນິດທີ່ນຳເຂົ້າຈາກຕ່າງປະເທດ ເຊັ່ນ: ຕີນໄກ່, ເຄື່ອງໃນງົວ, ຄວາຍຍັງມີສານກັນບູດ. ນອກຈາກນັ້ນ ສິນຄ້າບາງຊະນິດຍັງມີຄວາມເປິເປື້ອນບໍ່ສະອາດທີ່ແມ່ຄ້າເອົາມາວາງຂາຍ ຫລື ສິນຄ້າເກັບຮັກສາໄວ້ດົນເສຍຄຸນແລ້ວຍັງເອົາມາວາງຈຳຫນ່າຍ.

ຫົວຫນ້າຫ້ອງການອຸດສາຫະກຳ-ການຄ້າເມືອງຈັນທະບູລີ ເນັ້ນວ່າ: ສິນຄ້າບໍລິໂພກໂດຍ ສະເພາະຕີນໄກ່, ສາມສິບຫລືບງົວ, ຄວາຍທີ່ນຳເຂົ້າຈາກຕ່າງປະເທດ ມີສານເຈືອປົນ ແລະ ເປື້ອນເປິແມ່ນບໍ່ໃຫ້ຊາວຄ້າຂາຍນຳມາວາງຈຳຫນ່າຍໃນທ້ອງຕະຫລາດ, ທັງນີ້ເພື່ອຮັບປະກັນ ຄວາມປອດໄພຕໍ່ສຸຂະພາບໃຫ້ແກ່ຜູ້ບໍລິໂພກ.

ພ້ອມດຽວກັນນີ້ ນັກຂ່າວຫນັງສື ພິມເສດຖະກິດ-ສັງຄົມ ກໍ່ໄດ້ເລາະທ່ຽວຊົມຕະຫລາດໃນ ນະຄອນຫລວງວຽງຈັນ ຫລາຍແຫ່ງເຫັນວ່າ ສິນຄ້າບາງປະເພດເຊັ່ນ: ເຄື່ອງບໍລິໂພກນຳເຂົ້າ ແລະ ສິນຄ້າພາຍໃນກໍ່ພົບວ່າ: ບາງຮ້ານຍັງມີຊີ້ນຫມູ, ຊີ້ນງົວ, ຊີ້ນຄວາຍ, ປາ, ເປັດປອກ, ໄກ່ປອກ ແລະ ຕີນໄກ່, ສາມສິບຫລືບງົວ, ຄວາຍ ທີ່ມີກິ່ນເນົ່າເຫມັນ ຫລືມີສານກັນບູດເຈືອ ປົນຢູ່ນຳ. ນອກຈາກນັ້ນ ຍັງມີຄວາມເປື້ອນເປິທີ່ແມ່ຄ້າບາງຄົນນຳມາວາງຂາຍ ໂດຍບໍ່ຮັກສາ ຄວາມສະອາດສາກ່ອນ ແລະ ອີກສິ່ງຫນຶ່ງສຳລັບຫມາກໄມ້ເຊັ່ນ: ຫມາກກ້ຽງ, ລະມຸດ, ແອັບ ເປີ້ນ ແລະ ອື່ນໆ ທີ່ແມ່ຄ້າຮັບຊື້ຈຳນວນຫລາຍແລ້ວ ຈຳຫນ່າຍບໍ່ທັນເຮັດໃຫ້ຫມາກໄມ້ເຫລົ່າ ນັ້ນເນົ່າ ຫລື ເສຍຄຸນແລ້ວ ຍັງນຳມາວາງຂາຍບາງຄັ້ງຜູ້ບໍລິໂພກຊື້ໄປແລ້ວບໍ່ສາມາດຮັບ ປະ ທານໄດ້ ຫລື ບາງຄັ້ງ ເມື່ອຜູ້ບໍລິໂພກຮັບປະທານແລ້ວເກີດເຈັບທ້ອງ, ຖອກທ້ອງ ແລະ ອື່ນ ໆຕາມມາບໍ່ສາມາດເອົາຄວາມຜິດຈາກຜູ້ຄ້າຂາຍໄດ້. ນອກຈາກນັ້ນ ສິນຄ້າລັກລອບເຂົ້າໂດຍ ບໍ່ຜ່ານການກວດກາຄັກແນ່ແລ້ວເອົາມາວາງຂາຍເຊັ່ນ: ປະເພດເນື້ອສັດ ແລະ ອື່ນໆ ອີກບາງ ຈຳນວນບັນຫາເຫລົ່ານີ້ ເຮັດໃຫ້ລະບົບການຄ້າໃນທ້ອງຕະຫລາດມີຄວາມສັບສົນຫຍຸ້ງຍາກໃນ ການຕິດຕາມລາຄາໃຫ້ມີຄວາມເປັນເອກະພາບກັນໃນທ້ອງຕະຫລາດ ແລະ ບາງສິນຄ້າຍັງບໍ່ ຖືກຕ້ອງຕາມລາຄາສິນຄ້າທີ່ກົມການຄ້າພາຍໃນໄດ້ແຈ້ງໃຫ້ຮູ້ ແຕ່ເປັນທີ່ຫນ້າຍົກຍ້ອງບາງຕະ ຫລາດ ແມ່ນມີການປະກາດລາຄາສິນຄ້າໃສ່ກະດານຢູ່ຫ້ອງການ ຄຸ້ມຄອງຈັດສັນຕະຫລາດນີ້ ຈິ່ງເປັນເງື່ອນໄຂສະດວກ ເຮັດໃຫ້ຊາວຄ້າຂາຍມີຄວາມເປັນເອກະພາບກັນ ນອກນັ້ນ ຍັງເຮັດ ໃຫ້ລູກຄ້າຮູ້ໄດ້ລາຄາສີນຄ້າຂຶ້ນລົງຢ່າງເປັນປົກກະຕິໃນແຕ່ລະວັນ.

No comments: