Tuesday, March 11, 2008

ລາວ-ໄທຫາລືພະລັງງານທົດແທນໃນຂົງເຂດແມ່ນ້ຳຂອງ


ຕາມການລາຍງານຂອງ ທ່ານ ນາງ ແສງທິບ ພົມພິພັກ ຮອງຫົວຫນ້າຫ້ອງການສົ່ງເສີມ ກະສິກຳ-ປ່າໄມ້ເມືອງຫລວງນ້ຳທາ ທັງເປັນກຳມະການ ໃນຄະນະກຳມະການຕ້ານ-ຄວບຄຸມ ພະຍາດໄຂ້ຫວັດສັດປີກຂັ້ນເມືອງໃນວັນທີ 8 ມີນາ 2008ໃຫ້ຮູ້ວ່າ: ການລະບາດພະຍາດໄຂ້ ຫວັດສັດປີກຢູ່ບ້ານທົ່ງໄຈ້ໃຕ້ ເມືອງຫລວງນ້ຳທານັບວ່າເປັນບ້ານທີ 3 ແລະ ເປັນບ້ານ ທີ 5 ຂອງແຂວງ. ບ້ານທົ່ງໄຈ້ໃຕ້ມີ 96 ຫລັງຄາເຮືອນ, 122 ຄອບຄົວ,ມີພົນລະເມືອງ 526 ຄົນ, ຍິງ 248 ຄົນ, ເປັນບ້ານຊົນເຜົ່າໄທດຳ ຫ່າງຈາກເທດສະບານ ແຂວງຫລວງນ້ຳທາ 1 ກິໂລ ແມັດ. ບ້ານດັ່ງກ່າວມີສັດປີກ 1.540 ໂຕ, ເປັດ 200 ໂຕ, ສັດປີກເລີ່ມຕາຍມາແຕ່ວັນທີ 10 ກຸມພາ 2008 ມີ ໄກ່ຕາຍ 148 ໂຕ, ເປັດຕາຍ 39 ໂຕ, ຫມູຕາຍ 1 ໂຕ. ສັດປີກພາຍໃນ ບ້ານຕາຍມີຈຳນວນ ເພີ່ມຂຶ້ນທາງອຳນາດການປົກຄອງບ້ານທົ່ງໄຈ້ໃຕ້ໄດ້ລາຍງານສະພາບສາ ເຫດສັດປີຕາຍຕໍ່ຫ້ອງການກະສິກຳ-ປ່າໄມ້ເມືອງຫລວງນ້ຳທາ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ ສົ່ງນັກວິຊາການໄປເກັບກຳຂໍ້ມູນ, ເອົາຊິ້ນສ່ວນຂອງສັດປີກທີ່ຕາຍສົ່ງໄປວິໄຈຢູ່ສູນສັດຕະວະ ແພດແຫ່ງຊາດ, ກົມລ້ຽງສັດ ແລະການປະມົງກະຊວງກະສິກຳ ແລະປ່າໄມ້ທີ່ນະຄອນຫລວງ ວຽງຈັນ ໃນວັນທີ 4 ມີນາ 2008. ອີງໃສ່ໃບຢັ້ງຢືນການວິໄຈພະຍາດສັດປີກຂອງສູນສັດຕະ ວະແພດແຫ່ງຊາດກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ-ປ່າໄມ້ເລກທີ 155/ ສສຊ. ສພ ລົງວັນທີ 6 ມີນາ 2008 ແຈ້ງ ຜົນການວິໄຈມາວ່າ: ສັດປີກຈາກບ້ານທົ່ງໄຈ້ໃຕ້, ເມືອງ ແລະ ແຂວງຫລວງນ້ຳທາມີເຊື້ອພະຍາດໄຂ້ວັດສັດປີກສາຍພັນ H5N1 ຊະນິດຮ້າຍແຮງ ສາ ມາດຕິດຕໍ່ສູ່ຄົນ ແລະ ສັດປະເພດທີ່ລ້ຽງລູກດ້ວຍນ້ຳນົມໄດ້ ໃນສະພາບທີ່ສຸກເສີນນີ້ທ່ານເຈົ້າ ເມືອງຫລວງນ້ຳທາໄດ້ອອກໃບແຈ້ງການເລກທີ 38/ຈມ ລົງວັນທີ 7 ມີ ນາ 2008 ປະກາດ ບ້ານທົ່ງໄຈ້ໃຕ້ ເມືອງຫລວງນ້ຳທາເປັນບ້ານຢູ່ໃນພື້ນທີ່ສີແດງ. ການລະບາດພະຍາດໄຂ້ຫວັດ ສັດປີກຊະນິດຮ້າຍແຮງສາຍພັນ H5N1 ມາເຖິງວັນທີ 8Œ9 ມີນາ 2008 ຄະນະກຳມະການ ຕ້ານ-ຄວບຄຸມພະຍາດໄຂ້ຫວັດສັດປີກ ແລະ ວິຊາການຂັ້ນເມືອງ-ແຂວງໄດ້ລົງສົມທົບກັບອຳ ນາດການປົກຄອງ ແລະ ເຈົ້າຫນ້າທີ່ບ້ານທົ່ງໄຈ້ໃຕ້ ເພື່ອທຳລາຍສັດປີກທີ່ຍັງເຫລືອເຊິ່ງມີໄກ່ 1.256 ໂຕ, ມີນ້ຳຫນັກ 744 ກິໂລກຣາມ, ເປັດ 97ໂຕ, ມີນ້ຳຫນັກ 211 ກິໂລກຣາມ, ໄຂ່ 151 ຫນ່ວຍ ແລະນົກ 2 ໂຕ. ທັງຫມົດນັ້ນໄດ້ຂຸດຂຸມຝັງ ແລະ ໂຮຍຢາຂ້າເຊື້ອ-ສິດຢາຂ້າ ເຊື້ອຕາມບ້ານ, ຄອກສັດ, ຕັ້ງດ່ານພົ່ນຢາຂ້າເຊື້ອໃສ່ລົດທຽວທາງ ແລະ ຫ້າມເຄື່ອນຍ້າຍສັດ ປີກເຂົ້າອອກ 2 ຈຸດຄື:ຈຸດທີ 1 ແມ່ນບ້ານທົ່ງໄຈ້ໃຕ້ອອກສູ່ທາງຫລວງ ເລກທີ 3 ເມືອງສິງ, ນາເຕີຍ ແລະບ້ານປ່າປົວະ, ທົ່ງໄຈ້ເຫນືອ, ຈຸດທີ 2 ອອກສູ່ບ້ານໂພນໄຊເທດສະບານແຂວງ ຫລວງນ້ຳທາ ແລະຈະເຝົ້າລະວັງຈົນຮອດທ້າຍເດືອນມີນາ 2008 ເພື່ອຕິດຕາມສະພາບການ ຢູ່ພາຍໃນບ້ານໃຫ້ມີຄວາມສະຫງົບ ແລະຈຸດພື້ນທີ່ສີເຫລືອງເຝົ້າລະວັງ ຕອບໂຕ້ໃນຂອບເຂດ 5 ກິໂລແມັດມົນທົນກວມເອົາ 30 ບ້ານພາຍໃນເມືອງຫລວງນ້ຳທາ ແລະ 8ຫມູ່ບ້ານໃນເທດ ສະບານແຂວງ.

No comments: